ກວດຄັດກອງມະເຮັງ: ພົບໄວ ປິ່ນປົວໄດ້ຜົນດີກວ່າ
ມະເຮັງຫຼາຍຊະນິດບໍ່ມີອາການໃນໄລຍະທຳອິດ. ການກວດຄັດກອງຊ່ວຍໃຫ້ພົບກ່ອນມີອາການ.
ການກວດຄັດກອງມະເຮັງ ແມ່ນການກວດໃນຄົນທີ່ຍັງບໍ່ມີອາການ ເພື່ອຊອກຫາມະເຮັງ ຫຼື ສິ່ງຜິດປົກກະຕິກ່ອນເປັນມະເຮັງ. ເມື່ອພົບໄວ ການປິ່ນປົວມັກໄດ້ຜົນດີກວ່າ.
ກວດຫຍັງໄດ້ທີ່ຄລີນິກ
- ມະເຮັງຕັບ ແລະ ທໍ່ນ້ຳບີ: ເອໂກ້ ແລະ ກວດເລືອດ
- ມະເຮັງລຳໄສ້: ກວດເລືອດແຝງໃນອາຈົມ
- ມະເຮັງເຕົ້ານົມ: ກວດໂດຍແພດ ແລະ ເອໂກ້ເຕົ້ານົມ
- ມະເຮັງປາກມົດລູກ ແລະ ຮັງໄຂ່: ກວດພາຍໃນ, ເກັບຕົວຢ່າງ ແລະ ເອໂກ້
- ມະເຮັງຕ່ອມລູກໝາກ: ກວດເລືອດ PSA ແລະ ເອໂກ້
ໃຜຄວນກວດ
ລາຍການທີ່ຄວນກວດຂຶ້ນກັບອາຍຸ, ເພດ ແລະ ປະຫວັດຄອບຄົວ. ຖ້າມີຍາດພີ່ນ້ອງເປັນມະເຮັງ, ສູບຢາ, ດື່ມເຫຼົ້າເປັນປະຈຳ ຫຼື ເປັນໄວຣັສຕັບອັກເສບ B ຫຼື C ໃຫ້ປຶກສາແພດເພື່ອວາງແຜນກວດທີ່ເໝາະສົມ.
ຂໍ້ມູນນີ້ເປັນຄວາມຮູ້ທົ່ວໄປ ບໍ່ແທນຄຳແນະນຳຂອງແພດ. ຖ້າມີອາການ ກະລຸນາມາກວດ.
