ກວດສຸຂະພາບປະຈຳປີ: ກວດຫຍັງ ແລະ ກຽມຕົວແນວໃດ
ພະຍາດຫຼາຍຢ່າງ ເຊັ່ນ ເບົາຫວານ, ໄຂມັນສູງ ແລະ ຄວາມດັນສູງ ບໍ່ມີອາການໃນໄລຍະທຳອິດ. ການກວດປີລະຄັ້ງຊ່ວຍໃຫ້ພົບໄວ.
ພະຍາດຫຼາຍຢ່າງ ເຊັ່ນ ເບົາຫວານ, ໄຂມັນໃນເລືອດສູງ, ຄວາມດັນເລືອດສູງ ແລະ ໄຂມັນພອກຕັບ ບໍ່ມີອາການໃນໄລຍະທຳອິດ. ຄົນສ່ວນຫຼາຍຮູ້ຕົວເມື່ອພະຍາດເປັນໄປແລ້ວ. ການກວດສຸຂະພາບປີລະຄັ້ງ ຊ່ວຍໃຫ້ພົບໄວ ແລະ ປິ່ນປົວງ່າຍກວ່າ.
ກວດຫຍັງແດ່?
- ຊັ່ງນ້ຳໜັກ, ວັດຄວາມດັນເລືອດ ແລະ ກວດຮ່າງກາຍໂດຍແພດ
- ນ້ຳຕານໃນເລືອດ ແລະ ໄຂມັນໃນເລືອດ
- ການເຮັດວຽກຂອງຕັບ ແລະ ໝາກໄຂ່ຫຼັງ
- ກວດເລືອດທົ່ວໄປ (CBC) ແລະ ກວດຍ່ຽວ
- ເອໂກ້ພົ້ງທ້ອງ ແລະ ກວດຄັດກອງມະເຮັງ ຕາມອາຍຸ ແລະ ຄວາມສ່ຽງ
ກຽມຕົວກ່ອນມາ
- ງົດອາຫານ 8–10 ຊົ່ວໂມງ ກ່ອນກວດນ້ຳຕານ ແລະ ໄຂມັນ (ດື່ມນ້ຳເປົ່າໄດ້)
- ກິນຢາປະຈຳຕົວຕາມປົກກະຕິ ເວັ້ນແຕ່ແພດບອກໃຫ້ຢຸດ
- ນຳຜົນກວດເກົ່າ ແລະ ລາຍຊື່ຢາທີ່ກິນຢູ່ມານຳ
ຫຼັງໄດ້ຜົນ ແພດຈະອະທິບາຍແຕ່ລະຄ່າ ແລະ ແນະນຳວ່າຕ້ອງປິ່ນປົວ ຫຼື ກວດຕິດຕາມຫຍັງຕື່ມ.
ຂໍ້ມູນນີ້ເປັນຄວາມຮູ້ທົ່ວໄປ ບໍ່ແທນຄຳແນະນຳຂອງແພດ. ຖ້າມີອາການ ກະລຸນາມາກວດ.
